ໜ້າຫຼັກ » » RINA 2 (2018) ຣີນາ 2 [TR]

RINA 2 (2018) ຣີນາ 2 [TR]


ເນື້ອເລື່ອງໂດຍຫຍໍ້:

"ຮາຄິມ"(ຊຸຄຣີ ມາຮາຣິ) ແລະ "ໄຟຊັລ" (ເຕົາຟິກ ອີລຽດ) ສອງສ່ຽວຮັກຊາວບຣູໄນ ສືບຕໍ່ການຊອກຫາຄູ່ຮັກທີ່ສົມບູນແບບຕາມແນວຄວາມຄິດທີ່ວາດໄວ້ແຕ່ດັ້ງເດີມ ດ້ວຍການເດີນທາງສູ່ປະເທດລາວ. ທີ່ວຽງຈັນ, ມິດຕະພາບຂອງພວກເຂົາໄດ້ຖືກພິສູດດ້ວຍຫລາຍເຫດການ ເມຶ່ອພວກເຂົາທັງສອງໄດ້ມາຕົກຫລຸມຮັກໃນຜູ້ສາວລາວຄົນດຽວກັນ ທີ່ມີຊື່ວ່າ "ມີນາ" (ຂວັນນະຄອນ ສຸລິຍະບັບພາ) ທີ່ເປັນພະນັກງານນຳທ່ຽວ ພາຍໃຕ້ການໃຫ້ຄຳປຶກສາຈາກຊາຍຊາວບຣູໄນທີ່ເປັນຜູ້ຈັດ ການເຮືອນພັກໃນວຽງຈັນຊື່ "ຮາຈິຢາໆ" (ຮາຈິ ເບີຣູດິນ ).ສ່ວນຮາຈິຢາໆເອງກໍກຳລັງຕໍ່ສູ້ໃນເວທີຄວາມຮັກເຊ່ນດຽວກັນເພາະວ່າລາວກຳລັງພະຍາ ຍາມທີ່ຈະເອົາຊະນະ ເສດຖີບ່າວເຫີ່ມຊາວລາວທີ່ຊື່ "ໄຂ່ຈຸກ" (ພົງສະຫວັນ ບູລົມ)ຢູ່ ເນື່ອງຈາກວ່າພວກເຂົາທັງສອງດັນມາຫມາຍປອງສາວໃຫຍ່ເຈົ້າຂອງຮ້ານຊັກລີດຊື່ "ມາໄລ" (ຈິນຕະນາ ສຸກຄະວົງສາ) ຄົນດຽວກັນອີກ. ຈຶ່ງເປັນເລື່ອງທີ່ພວກເຮົາຈະຕ້ອງມາລຸ້ນ ແລະພິສູດຊ່ວຍສອງສາວນຳກັນວ່າ ແມ່ນໃຜຈະເປັນຄົນດີມີນຳໃຈ ທີ່ຈະເອົາຊະນະໃຈຂອງສອງສາວໃຫ້ໄດ້... "ຣີນາ 2", ຮູບເງົາຕະຫລົກ(ທີ່ເປັນສາກົນ) ພາຍໃຕ້ການຮ່ວມສ້າງລາວ-ບຣູໄນ.

Player 1


Player 2

Post a Comment